ບາ້ນ ດົງໂພສີ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ

ທ່ານທູດຍີ່ປຸ່ນປະຈຳ ສປປ ລາວ ພ້ອມຄະນະຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ

ທ່ານທູດຍີ່ປຸ່ນປະຈຳ ສປປ ລາວ ພ້ອມຄະນະຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ

ວັນທີ 29 ກໍລະກົດ 2021 ທີ່ສໍານັກງານໃຫຍ່ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ ໄດ້ມີພິທີຕ້ອນຮັບການມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນຂອງທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ທ່ານ ການາເຊະ ໂທຊິໂອະ ຫົວໜ້າຫ້ອງການອົງການຮ່ວມມືສາກົນຍີ່ປຸ່ນປະຈຳລາວ ແລະ ທ່ານ ອີວະກະມິ ຄາຊູອິຈິ ຫົວໜ້າຫ້ອງການອົງການສົ່ງເສີມການຄ້າຍີ່ປຸ່ນ ພ້ອມດ້ວຍຄະນະ ຖືກຕ້ອນຮັບໂດຍທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ແລະ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການທ່າບົກທ່ານາແລ້ງ ພ້ອມຄະນະບໍລິຫານ ແລະ ພະນັກງານ ບໍລິສັດ ວຽງຈັນໂລຊິດສະຕິດພາກ ຈໍາກັດ.

Ambassador of Japan Takewaka Keizo, Chief Representative of the Japan International Cooperation Agency (JICA) Laos Office Nagase Toshio, Chief Representative of the Japan External Trade Organisation (JETRO) Iwakami Katsuichi, and their entourage visited the project on Thursday to learn about its concept and development progress.

ໃນພິທີທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ພ້ອມດ້ວຍຄະນະທີ່ມາຢ້ຽມຢາມເບິ່ງຄວາມຄືບໜ້າຂອງການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນທີ່ຕັ້ງຢູ່ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

Located near the first Laos-Thailand Mekong Friendship Bridge and Laos-Thailand railway station, which will connect to the Laos-China railway, the flagship integrated logistics project is strategically located to become a transport connecting point.

“We are a multimodal transport connector for Asean and the world,” said Mr Sakhone when describing the project’s vision to the guests.

ໂອກາດນີ້ທ່ານ ທາເກວະກະ ເຄໂຊ ແລະ ຜູ້ເຂົ້າຮ່ວມພິທີໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບໂຄງ ການພັດທະນາ Laos Logistics Link (LLL) ເຊິ່ງລວມມີ:
1 ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ
2 ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ
3 ເສັ້ນທາງລົດໄຟ ລາວ-ຫວຽດນາມ
4 ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2.000 MV ທີ່ແຂວງຄໍາມ່ວນ

ເຊິ່ງໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນ ໄດ້ແນ່ໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອານຸພາກພື້ນແມ່ນໍ້າຂອງ ແລະ ສາກົນ ຈຸດທີ່ຕັ້ງຍຸດທະສາດດັ່ງກ່າວຈະເຮັດໜ້າທີ່ເປັນສູນກາງ ຂອງການຂະຫຍາຍການຄ້າລະຫວ່າງອາຊຽນ-ສປ ຈີນ-ເອີຮົບ ພາຍຫຼັງການເປີດນໍາໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນຢ່າງເປັນທາງການໃນທ້າຍປີ 2021 ຈຸດປະສົງຫຼັກຂອງໂຄງການທ່າບົກທ່ານາແລ້ງແມ່ນເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີ 1 ວຽງຈັນ-ໜອງຄາຍ ຈາກທີ່ມີຢູ່ປັດຈຸບັນລົງ 40% ຮອດປີ 2025 ເຮັດໃຫ້ ສປປລາວ ບໍ່ພຽງແຕ່ເປັນທາງຜ່ານເທົ່ານັ້ນ ແຕ່ເປັນສູນກາງເຊື່ອມໂຍງການຄ້າລະຫວ່າງປະເທດ ໄດ້ຮັບການຍອມຮັບ ຈາກເຄືອຂ່າຍຂົນສົ່ງລະຫວ່າງປະເທດໃຫ້ເປັນຈຸດໝາຍປາຍທາງ ແລະ ເປັນພື້ນຖານຈຸດຜ່ານທີ່ສຳຄັນ ຕອບສະໜອງຍຸດທະສາດການເຊື່ອມໂຍງຂອງລັດຖະບານແຫ່ງ ສປປ ລາວ ແລະ ການເຕີບໂຕແບບຢືນຍົງຂອງເສດຖະກິດແຫ່ງຊາດ.

“The aim is to have a free flow of trucks arriving and offloading containers like an aircraft arriving, meaning you don’t have to stamp anything to allow the smooth flow of vehicles, people, cargo and containers, and you turn back,” Mr Sakhone said.

“The development will be along the lines of a port concept based on the international border for an airport.”
Starting construction last year, the project expects to launch soft opening this month.

ສ່ວນໂຄງການວຽງຈັນໂລຊິດສະຕິກພາກ (VLP) ແມ່ນໜຶ່ງໃນໂຄງການບູລິມະສິດຂອງຍຸດທະສາດການພັດທະນາໂລຊິດສະຕິກແຫ່ງຊາດ (ປີ 2016-2030) ໂຄງການທ່າບົກທ່າແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງຈໍານວນທັງໝົດ 382 ເຮັກຕາ ພ້ອມດ້ວຍສິດທິພິເສດສະເພາະຈາກລັດຖະບານ ສປປ ລາວ ໃນຖານະໂຄງການບູລິມະສິດໃນການຜັນຂະຫຍາຍຍຸດທະສາດການພັດທະນາໂລຈິສຕິກແຫ່ງຊາດ ແລະ ການຫັນປະເທດລາວຈາກປະເທດບໍ່ມີຊາຍແດນຕິດກັບທະເລສູ່ປະເທດແຫ່ງການເຊື່ອມຈອດອານຸພາກພື້ນ ແລະ ສາກົນ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານ ການຄົມມະນາຄົມທີ່ມີການເຊື່ອມຕໍ່ກັບທ່າບົກ ເສັ້ນທາງລົດໄຟລາວ-ໄທ ແລະ ລາວ-ຈີນ ທາງຫຼວງແຫ່ງຊາດ ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມໃນອະນາຄົດ ໂຄງການນີ້ເປັນເຂດໂລຈິສຕິກຄົບວົງຈອນຂອງນະຄອນຫຼວງວຽງຈັນພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນຄື:

The Thanaleng Dry Port and Vientiane Logistics Park are expected to reduce cross-border transport costs, especially at the 1st Lao-Thai Friendship Vientiane-Nong Khai border crossing by 40 percent from current prices by 2025.

As part of the Laos Logistics Link, the TDP and VLP will connect to a number of mega trade infrastructure projects that are also part of the LLL. These include the Vung Ang seaport in Vietnam’s central Ha Tinh province, which the Lao and Vietnamese governments have agreed to jointly develop, the planned railway to link the Lao capital of Vientiane with the Vung Ang seaport, and the 2,000MV coal-fired power plant in central Khammuan province.

1.ສາງເກັບນໍ້າມັນເຊິ່ງເປັນພື້ນທີ່ສໍາລັບຈັດເກັບສິນຄ້ານຳເຂົ້າປະເພດທາດແຫຼວຈຳນວນຫຼາຍ ຫຼື ນໍ້າມັນເຊື້ອໄຟຊະນິດຕ່າງໆຈາກປະເທດໄທ ໂດຍຜ່ານລານຄ່ຽນຖ່າຍສິນຄ້າ ແລະ ທໍ່ສົ່ງນໍ້າມັນ ພ້ອມທັງເປັນສູນກາງການແຈກຢາຍສິນຄ້າປະເພດນໍ້າມັນເຊື້ອໄຟ ຂອງປະເທດ.

2.ເຂດໂລຊິດສະຕິກ ເຊິ່ງມີບັນດາບໍລິການຫຼັກເຊັ່ນການບໍລິການສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າຜ່ານສິ່ງອຳນວຍຄວາມສະດວກຕ່າງໆ ທີ່ກໍ່ສ້າງພາຍໃນເຂດເຊັ່ນ: ການຈັດເກັບ ການຮວບຮວມ ແລະ ການແຈກຢາຍສິນຄ້າ ການບໍລິຫານຈັດການສາງເກັບຮັກສາສິນຄ້າ.

3.ເຂດການຄ້າເສລີ ເຊິ່ງມີບັນດາກິດຈະການຫຼັກເຊັ່ນ:ເຂດຮາລາຮັບ (Halal Hub) ແລະ ເຂດຜະລິດຕະພັນອຸດສາຫະກຳເຂດເຕັກໂນໂລຊີ ເຂດສຳນັກງານຫ້ອງການ ພື້ນທີ່ຕຶກອາຄານສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂດການຄ້າ ແລະ ເຂດສຳນັກງານໃຫ່ຍຂອງບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ.

4.ທ່າບົກທ່ານາແລ້ງແມ່ນສູນກາງຄ່ຽນຖ່າຍສິນຄ້າ ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານແດນ ໂດຍມີບັນດາອົງປະກອບຂອງລະບົບສາງພາສີປະເພດຕ່າງໆຄົບວົງຈອນ ນອກຈາກນັ້ນທ່າບົກທ່ານາແລ້ງຍັງມີການຕິດຕັ້ງອຸປະກອນຄ່ຽນຖ່າຍສິນຄ້າ ຍານພາຫະນະ ແລະ ລະບົບສາງສິນຄ້າທຸກປະເພດ ເພື່ອອຳນວຍຄວາມສະດວກ ແລະ ຮອງຮັບປະລິມານຂອງຕູ້ສິນຄ້າທີ່ເພີ່ມຂຶ້ນດ້ວຍລະບົບປະຕິບັດການທ່າບົກ Terminal Operation System (TOS) ເພື່ອຮັບປະກັນການບໍລິການທີ່ວ່ອງໄວ ປອດໄພ ແລະ ເຊື່ອຖືໄດ້

5.ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ ເປັນເຂດທີ່ທັນສະໄໝ ແລະ ວ່ອງໄວທີ່ສຸດໃນພາກພື້ນ ມີສະພາບແວດລ້ອມໃນການດຳເນີນທຸລະກິດທີ່ສາມາດແຂ່ງຂັນໄດ້ ແລະ ສາມາດກາຍເປັນສູນກາງການສົ່ງອອກສິນຄ້າໄປສູ່ຕະຫຼາດອາຊຽນ ແລະ ທົ່ວໂລກ ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກຈະເປັນຈຸດໝາຍປາຍທາງພິເສດແກ່ບັນດາບໍລິສັດສົ່ງອອກໃນພາກພື້ນທີ່ຕ້ອງການເຄື່ອນຍ້າຍ ການຜະລິດໄປສູ່ຈຸດຍຸດທະສາດທີ່ຈະຊ່ວຍໃນການຫລຸດຕົ້ນທຶນການຂົນສົ່ງ ແລະ ເວລາ ພ້ອມທັງສາມາດດຶງດູດການລົງທຶນ ແລະ ການຄ້າທີ່ຫຼາກຫຼາຍເຊັ່ນ: ສິດທິພິເສດທາງການຄ້າ ຫຼຸດຜ່ອນຂະບວນການ ແລະ ຂັ້ນຕອນຂອງລະບົບພາສີ ການຍົກເວັ້ນອາກອນ ແລະ ລະບຽບກົດໝາຍຂອງຕະຫຼາດແຮງງານທີ່ມີຄວາມຢຶດຢຸ່ນ ແລະ ຄ່ອງຕົວ.

4. Free Trade Zone (FTZ): The main business activities in the zone are the HALAL Hub and Agriculture Production Park, Technology Park, Office Zone, SME Building Area, Commercial Zone and Landmark (VLP Co., Ltd. office).

5. Export Processing Zone (EPZ): The new destination as a modern and the most dynamic EPZ in the region, this will offer a more competitive business environment and will gear up to become a manufacturing export hub for the Asean and global consumer market.

ນອກນັ້ນເຂດໂລຊິດສະຕິກນະຄອນຫຼວງວຽງຈັນຍັງຈະໄດ້ຈັດສັນໂຄງຮ່າງພື້ນຖານດ້ານສາທາລະນຸປະໂພກທີ່ໄດ້ມາດຕະຖານ ແລະ ຄຸນນະພານສູງ ເພື່ອຕອບສະໜອງຕາມຄວາມຕ້ອງການຢ່າງພຽງພໍ ແລະ ໝັ້ນໃຈວ່າທຸກກິດຈະກຳ ແລະ ທຸລະກິດໃນເຂດໂລຊິດສະຕິກນະຄອນຫຼວງວຽງຈັນສາມາດນຳໃຊ້ ແລະ ດຳເນີນທຸລະກິດໄດ້ຢ່າງສະດວກສະບາຍ.

ພາຍຫຼັງທີ່ໄດ້ຟັງຄວາມເປັນມາ ແລະ ຄວາມຄືບໜ້າຂອງການກໍ່ສ້າງໂຄງການດັ່ງກ່າວແລ້ວທ່ານ ທູດຍີ່ປຸ່ນປະຈຳລາວ ພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມສະຖານທີ່ກໍ່ສ້າງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ໂອກາດນີ້ທ່ານທູດຍີ່ປຸ່ນຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງນັກທຸລະກິດລາວກໍຄືບໍລິສັດ ວຽງຈັນໂລຊິດສະຕິດພາກ ຈໍາກັດ ທີ່ມີຄວາມຕັດສິນໃຈສູງ ແລະ ມີວິໄສທັດກວ້າງໄກເຫັນໄດ້ອະນາຄົດໃນການພັດທະນາປະເທດລາວໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆ ເຊິ່ງສະ ຖານທູດຍີ່ປຸ່ນພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນໂຄງການດັ່ງກ່າວດ້ວຍການອຳນວຍຄວາມສະດວກສ້າງເງື່ອນໄຂໃຫ້ນັກທຸລະກິດຍີ່ປຸ່ນໄດ້ມາຮູ້ໂຄງການນີ້.

ແຫຼ່ງຂ່າວ: ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ.