ບາ້ນ ດົງໂພສີ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ

ທ່ານລັດຖະມົນຕີກະຊວງການເງິນພ້ອມຄະນະລົງຢ້ຽມຢາມເບິ່ງຄວາມຄືບໜ້າໂຄງການທ່າບົກທ່ານາແລ້ງ

ທ່ານລັດຖະມົນຕີກະຊວງການເງິນພ້ອມຄະນະລົງຢ້ຽມຢາມເບິ່ງຄວາມຄືບໜ້າໂຄງການທ່າບົກທ່ານາແລ້ງ

The developer of the Thanaleng Dry Port (TDP) and Vientiane Logistics Park (VLP) says Laos is expected to become an important player in the regional and global supply chain as exports via Laos to Europe by rail will take only a little more than 10 days, much shorter than the 45 days by sea.

ວັນທີ 13 ສິງຫາ 2021 ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມເພື່ອຊຸກຍູ້ສົ່ງເສີມພາກທຸລະກິດ ແລະ ເບິ່ງຄວາມຄືບໜ້າການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນໂດຍສະເພາະໂຄງການພັດທະ ນາທ່າບົກທ່ານາແລ້ງຂອງບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ທີ່ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕ້ອນຮັບໂດຍ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມດ້ວຍພະນັກງານຫຼັກແຫຼ່ງບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ.
His visit came as the project’s developer – the Vientiane Logistics Park Co., Ltd. – is preparing to launch a soft opening of the mega project in September and a grand opening in November.

Mr Bounchom described the project, which is part of the Lao National Logistics Strategy and Laos Logistics Link (LLL) that will help transform Laos from being landlocked to a land-linked country, as a ‘long-awaited project for the country’.

Mr Chanthone Sitthixay (fifth left), Mr Bounchom Ubonpaseuth (seventh left) and other officials gather for a photo in front of a project model.

ໂອກາດລົງມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຄັ້ງນີ້ທ່ານລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະກໍຄືບັນດາຫົວໜ້າກົມ ແລະ ຫ້ອງການກ່ຽວຂ້ອງທີ່ຕິດຕາມມານຳໄດ້ຮັບຟັງລາຍງານສະພາບຄວາມເປັນມາ ແລະ ການລົງທຶນພັດທະນາໂຄງການຂອງບໍລິສັດ ເຊິ່ງໂຄງການເປັນໂຄງການໃຫຍ່ມີມູນຄ່າການລົງ ທຶນສູງຫຼາຍຮ້ອຍລ້ານໂດລາສະຫະລັດທີ່ນັກທຸ ລະກິດພາຍໃນເຫັນໄດ້ອະນາຄົດໃນການພັດທະນາປະເທດຊາດເຮົາໃຫ້ຈະເລີນຮຸ່ງເຮືອງສີວິໄລຈຶ່ງໄດ້ມີຄວາມຕັດສິນໃຈສູງໃນການພັດທະນາໂຄງການນີ້ຂຶ້ນມາ ເນື່ອງຈາກປະເທດລາວເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ໂຄງການນີ້ຈະເປັນໂຄງການໜຶ່ງໃນການພັດ ທະນາເສດຖະກິດຂອງລາວໃນອະນາຄົດເນື່ອງຈາກທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກເປັນຈຸດບໍລິການການຂົນສົ່ງເຊື່ອມຕໍ່ລະ ຫວ່າງປະເທດໃນພາກພື້ນ ແລະ ຈະເປັນໂຄງການຕົວແບບໃນອະນາ ຄົດທີ່ຈະສ້າງລາຍຮັບໃຫ້ບໍລິສັດ ແລະ ລັດຖະບານທີ່ໄດ້ຈາກລາຍຮັບກິດຈະການອ້ອມຂ້າງ ປັດຈຸບັນບໍລິສັດກຳລັງເລັ່ງກໍ່ສ້າງພື້ນຖານໂຄງລ່າງເພື່ອຮອງຮັບການພັດທະນາໂຄງການຕໍ່ໄປເປັນຕົ້ນກໍ່ສ້າງເສັ້ນທາງ ລະບົບລະບາຍນໍ້າ ເດີ່ນຈອດລົດ ປະຕູໂຂງ ອາຄານສໍານັກງານ ລະບົບສາງ ແລະ ອື່ນໆທີ່ເປັນສິ່ງອຳນວຍຄວາມສະດວກດ້ານຕ່າງໆໃນການດຳເນີນໂຄງການແມ່ນມີຄວາມຄືບໜ້າໄວມາຮອດປັດຈຸບັນໜ້າວຽກສຳເລັດຫຼາຍກວ່າ 80% ແລະ ຈະສຳເລັດພ້ອມເປີດນຳໃຊ້ຢ່າງເປັນທາງການພາຍໃນເດືອນພະຈິກ 2021.

“If we don’t introduce better policies (incentives), we can’t compete,” he said.

Being developed on 382 hectares in Dongphosy village, Hadxaifong district, Vientiane, and close to the Laos-Thailand railway station and the first Laos-Thailand Mekong Friendship Bridge, the US$727 million project will connect to the Laos-China railway. It will also link to the Vung Ang seaport in Vietnam’s central Ha Tinh province via a planned railway connecting the Lao capital of Vientiane with the seaport.

ພາຍຫຼັງທີ່ທ່ານລັດຖະມົນຕີກະຊວງການເງິນພ້ອມຄະນະໄດ້ຮັບຟັງການລາຍງານ ແລະ ຢ້ຽມຢາມເບິ່ງພາກສະໜາມຕົວຈິງຂອງໂຄງການແລ້ວທ່ານໄດ້ມີຄໍາເຫັນສະແດງຄວາມດີໃຈຕໍ່ການພັດທະນາໂຄງ ການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນທີ່ເປັນຮູບປະທໍາເທື່ອລະກ້າວ ແລະ ຄິດວ່າພາຍຫຼັງທີ່ການກໍ່ສ້າງສໍາເລັດເຂດດັ່ງກ່າວຈະຊ່ວຍແກ້ໄຂບັນຫາຕ່າງໆ ສອດຄ່ອງກັບຍຸດທະສາດ ແຜນການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ພ້ອມນັ້ນເຫັນວ່າໂຄງການດັ່ງກ່າວມີຄວາມສອດ ຄ່ອງກັບພາກພື້ນ ແລະ ສາກົນ.

ນອກນີ້ລັດຖະບານກໍຄືກະຊວງການເງິນຈະໃຫ້ການສະໜັບສະໜູນຕໍ່ແນວ ທາງການພັດທະນາເຂດ ດັ່ງກ່າວ ແລະ ຈະພະຍາຍາມຕອບສະໜອງນະໂຍບາຍທາງດ້ານການເງິນ ສົ່ງເສີມການລົງທຶນໃຫ້ແກ່ພາກທຸລະກິດກໍຄືຫົວໜ່ວຍທຸລະກິດທີ່ພັດທະນາເຂດນີ້ ໂດຍສະເພາະຈະຊຸກຍູ້ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນໄລຍະວິກິດຈາກການລະບາດຂອງພະຍາດໂຄວິດ-19. ນອກນັ້ນຈະຊ່ວຍສະໜັບສະໜູນແກ້ໄຂທາງດ້ານນິຕິກໍາຕ່າງໆກ່ຽວກັບການຄຸ້ມຄອງ ການປະສານງານ ແລະ ສິ່ງທີ່ອຸດຕັນເຮັດໃຫ້ການພັດທະນາບໍ່ສາມາດດໍາເນີນການໄດ້ໃນນີ້ບັນຫາທີ່ພາກລົງທຶນເຫັນວ່າມີຄວາມຫຍຸ້ງຍາກໃຫ້ມີຄວາມຈິງໃຈປຶກສາຫາລືກັບກົມທີ່ກ່ຽວຂ້ອງ ເພື່ອຊອກຫາວິທີແກ້ໄຂ ແນໃສ່ເຮັດໃຫ້ການດໍາເນີນງານພັດທະ ນາເຂດໂລຊິດສະຕິກສາມາດດໍາເນີນໄປໄດ້ ເພື່ອເຮັດໃຫ້ການກໍ່ສ້າງສໍາເລັດ ແລະ ເຂດນີ້ຍັງຈະເປັນສ່ວນໜຶ່ງໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ມີລະບົບການເຮັດວຽກທີ່ຮັດກຸມ ປອດໃສສາມາດກວດສອບໄດ້. ພິເສດສາມາດອັດການຮົ່ວໄຫຼເກັບລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ໂອກາດນີ້ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ທີ່ສ້າງໂອກາດໃຫ້ການນຳກະຊວງການເງິນໄດ້ລົງມາຢ້ຽມຢາມສຳຜັດຕົວຈິງ ແລະ ຜ່ານການລົງມາເບິ່ງຕົວຈິງແລ້ວເຫັນວ່າໂຄງການນີ້ຈະເປັນຈຸດໜຶ່ງທີ່ຈະດຶງດູດການລົງທຶນຈາກຕ່າງປະເທດເຂົ້າມາປະເທດລາວເຮົາຫຼາຍຂຶ້ນໃນອະນາຄົດ

“That will be a route to link Laos with countries such as the southern region of China, Japan, Korea, Russia, the Philippines and Indonesia,” Chairman of Vientiane Logistics Park Co., Ltd., Mr Chanthone Sitthixay, told the minister.

Set to link with the Laos-China railway, which is scheduled to become operational in December, the VLP will link to another regional and global trade route via China towards Kazakhstan and all the way to Germany in Europe.

ຕອນທ້າຍທ່ານລັດຖະມົນຕີຍັງໄດ້ອວຍພອນມາຍັງຜູ້ບໍລິຫານ ແລະ ພະ ນັກງານບໍລິສັດຈົ່ງມີສຸຂະພາບແຂງແຮງປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ ພ້ອມກັນສຸມໃສ່ພັດ ທະນາໂຄງການໃຫ້ສຳເລັດຕາມແຜນການທີ່ວາງໄວ້.

Initially, it is estimated that at least 300,000 containers from Laos, mainly from the TDP, will be shipped by rail to Europe via China each year. Later, shipments could rise to somewhere between 1.2 and 1.8 million containers a year, the chairman said.

This estimation is based on figures recorded in neighbouring Thailand’s Isan region, where as many as 17 million containers are shipped via Laem Chabang seaport to global markets.

Mr Chantone Sitthixay (Fourth left) guides Mr Bounchom Ubonpaseuth (Second right) and his delegates to visit construction site of the project

ໂຄງການພັດທະນາ Laos Logistics Link (LLL) ເຊິ່ງລວມມີ: 1.ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ 2.ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ 3.ເສັ້ນທາງລົດໄຟລາວ-ຫວຽດນາມ ແລະ 4.ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2.000 MV ທີ່ແຂວງຄໍາມ່ວນ ສະເພາະໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນໄດ້ແນ່ໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານລາວໃນການຫັນປ່ຽນປະເທດລາວໃຫ້ເປັນສູນກາງແຫ່ງການເຊື່ອມຈອດແລະ ເຊື່ອມໂຍງອານຸພາກພື້ນແມ່ນໍ້າຂອງ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຍຸດທະສາດດັ່ງກ່າວຈະເຮັດ ໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງອາຊຽນ-ສປ ຈີນ-ເອີຣົບ ພາຍຫຼັງການເປີດນໍາໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນຢ່າງເປັນທາງການໃນທ້າຍປີ 2021 ຈຸດປະສົງຫຼັກຂອງໂຄງການທ່າບົກທ່ານາແລ້ງເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີ 1 ນະຄອນຫຼວງວຽງຈັນ-ແຂວງໜອງຄາຍ ປະເທດໄທຈາກທີ່ມີຢູ່ປັດຈຸບັນລົງ 40% ຮອດປີ 2025 ເຮັດໃຫ້ລາວເຮົາບໍ່ພຽງແຕ່ເປັນທາງຜ່ານເທົ່ານັ້ນແຕ່ເປັນສູນກາງເຊື່ອມໂຍງການຄ້າລະຫວ່າງປະເທດໄດ້ຮັບການຍອມຮັບຈາກເຄືອຂ່າຍຂົນສົ່ງລະຫວ່າງປະເທດໃຫ້ເປັນຈຸດໝາຍປາຍທາງ ແລະ ເປັນພື້ນຖານຈຸດຜ່ານທີ່ສຳຄັນ ຕອບສະໜອງຍຸດທະສາດການເຊື່ອມໂຍງຂອງລັດຖະບານລາວ ແລະ ການເຕີບໂຕແບບຢືນຍົງຂອງເສດຖະກິດແຫ່ງຊາດ. ໃນຖານະໂຄງການ ບູລິມະສິດໃນການຜັນຂະຫຍາຍຍຸດທະສາດການພັດທະນາໂລຊິດສະຕິກແຫ່ງຊາດ ແລະ ການຫັນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ສູ່ປະເທດແຫ່ງການເຊື່ອມຈອດອະນຸພາກພື້ນ ແລະ ສາກົນ, ເຂດວຽງຈັນ ໂລຊິດສະຕິກ ນະຄອນຫຼວງວຽງຈັນ ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກ ບໍ່ວ່າທາງດ້ານໂຄງຮ່າງພຶ້ນຖານດ້ານການຄົມມະນາຄົມທີ່ມີການເຊື່ອມຕໍ່ກັບທ່າບົກ, ເສັ້ນທາງລົດໄຟລາວ - ໄທ ແລະ ລາວ - ຈີນ, ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ໃນອະນາຄົດ.

“But from Vientiane to Chongqing (China’s rail transit hub) and to Europe (by rail) takes just over 10 days.”

“If it doesn’t pass through Vientiane, where will the supply chain go?”
As it is estimated that each container will generate about US$200 in fees, Laos is expected to reap a huge income for the state budget, Mr Chanthone said.

The project with streamlined procedures will help cut transport and related logistics costs, TDP Managing Director Sakhone Philangam told the minister and his delegation.

Cross-border transport costs, especiaIIy at the Friendship Vientiane-Nong Khai border crossing, are expected to fall by 40 percent from current prices by 2025.

The Vientiane Logistics Park comprises five zones that offer various business opportunities for investors. The zones are as follows:

Minister of Finance Bounchom Ubonpaseuth supporting the project

1. Thanaleng Dry Port (TDP): The dry port acts as the centre of international import and export trade with all categories of customs operations. Importantly, quality equipment, vehicles and warehouse systems will be installed professionally to enable the processing of larger numbers of containers. Use of the Terminal Operation System will guarantee the best service in terms of speed, security and reliability.

2. Tank Farm: This facility will store Iiquid bulk cargoes for importing and storing fuel from Thailand and will serve as a fuel distribution centre for Laos. Diesel and petroleum products will arrive at the tank from a dedicated rail yard and pipeline.

3. Logistics Park: The main service provided by the Logistics Park is a warehousing and distribution centre, which offers goods storage, consoIidation, distribution, inventory management, and warehouse management.

4. Free Trade Zone (FTZ): The main business activities in the zone are the HALAL Hub and Agriculture Production Park, Technology Park, Office Zone, SME Building Area, Commercial Zone and Landmark (VLP Co., Ltd. office).

5. Export Processing Zone (EPZ): The new destination as a modern and the most dynamic EPZ in the region, it will offer a more competitive business environment and will gear up to become a manufacturing export hub for the Asean and global consumer market.

ສ່ວນໂຄງການວຽງຈັນໂລຊິດສະຕິກພາກ (VLP) ແມ່ນໜຶ່ງໃນໂຄງການບູລິມະສິດຂອງຍຸດທະສາດການພັດທະນາໂລຊິດສະຕິກແຫ່ງຊາດ (ປີ 2016-2030) ໂຄງການທ່າບົກທ່າແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງຈໍານວນທັງໝົດ 382 ເຮັກຕາ ພ້ອມດ້ວຍສິດທິພິເສດສະເພາະຈາກລັດຖະບານລາວ ໃນຖານະໂຄງການບູລິມະສິດໃນການຜັນຂະຫຍາຍຍຸດທະສາດການພັດທະນາໂລຈິສຕິກແຫ່ງຊາດ ແລະ ການຫັນປະເທດລາວຈາກປະເທດບໍ່ມີຊາຍແດນຕິດກັບທະເລສູ່ປະເທດແຫ່ງການເຊື່ອມຈອດອານຸພາກພື້ນ ແລະ ສາກົນ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານ ການຄົມມະນາຄົມທີ່ມີການເຊື່ອມຕໍ່ກັບທ່າບົກ ເສັ້ນທາງລົດໄຟລາວ-ໄທ ແລະ ລາວ-ຈີນ ທາງຫຼວງແຫ່ງຊາດ ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ໃນອະນາຄົດ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ເປັນເຂດໂລຈິສຕິກຄົບວົງຈອນຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນຄື:ສາງເກັບນໍ້າມັນ ເຂດໂລຊິດສະຕິກ ເຂດການຄ້າເສລີ ທ່າບົກທ່ານາແລ້ງ ແລະ ເຂດຜະລິດ ແລະ ປຸງແຕ່ງສິນຄ້າ ເພື່ອສົ່ງອອກເປັນເຂດທີ່ທັນສະໄໝ ແລະ ວ່ອງໄວທີ່ສຸດໃນພາກພື້ນ ນອກນັ້ນເຂດໂລຊິດສະຕິກນະຄອນຫຼວງວຽງຈັນຍັງຈະໄດ້ຈັດສັນໂຄງຮ່າງພື້ນຖານດ້ານສາທາລະນຸປະໂພກທີ່ໄດ້ມາດຕະຖານ ແລະ ຄຸນນະພານສູງ ເພື່ອຕອບສະໜອງຕາມຄວາມຕ້ອງການຢ່າງພຽງພໍ ແລະ ໝັ້ນໃຈວ່າທຸກກິດຈະກຳ ແລະ ທຸລະກິດໃນເຂດໂລຊິດສະຕິກນະຄອນຫຼວງວຽງຈັນສາມາດນຳໃຊ້ ແລະ ດຳເນີນທຸລະກິດໄດ້ຢ່າງສະດວກສະບາຍ. 

He said the project also plans to introduce a Shenzhen-style marketplace where shoppers in Laos and neighbouring countries can enjoy spending without having to go to China’s famed shopping destination.  

Next month’s scheduled soft opening will be a test of facilities such as software and hardware before the grand opening in November.

Minister Bounchom said he fully supported the project, saying the ministry has strived to facilitate business operations.
ແຫຼ່ງຂ່າວ: ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ.