ການນຳນະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ພາກລັດ - ທຸລະກິດ ກ່ຽວກັບແຜນດຳເນີນງານຂອງໂຄງການທີ່ຈະນຳຜົນປະໂຫຍດມະຫາສານໃໝ່ມາສູ່ເສດຖະກິດລາວ.
ໃນວັນທີ 31 ກໍລະກົດ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລົງຕິດຕາມ ແລະ ຊຸກຍູ້ການພັດທະນາໂຄງການທ່າບົກທ່ານາແລ້ງ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີບັນດາຫົວໜ້າຫົວໜ້າພະແນກການອ້ອມຂ້າງ ພ້ອມດ່ວຍຂະແໜງການກ່ຽວຂ້ອງພາກທຸລະກິດໃນ ນວ ເຂົ້າຮ່ວມ. ຕ້ອນຮັບຄະນະຄັ້ງນີ້ມີ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ ພ້ອມດ້ວຍ ຜູ້ບໍລິຫານລະດັບສູງ.
His visit came as the developer of the US$727 million project, whose construction began last year, is preparing to launch a soft opening later this month.
ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການທ່າບົກທ່ານາແລ້ງ ກ່າວພາບລວມຂອງການຂົນສົ່ງລາວເຮົາກ່ອນໜ້ານີ້ ມີທັງຂໍ້ຫຍຸ້ງຍາກ ແລະ ຄ່າສິ້ນເປືອງທີ່ຂ້ອນຂ້າງສູງ ຖ້າທຽບໃສ່ປະເທດອ້ອມຂ້າງ ເນື່ອງຈາກປະເທດເຮົາບໍ່ມີທະເລ (ທ່າເຮືອ) ແລະ ບໍ່ມີລົດໄຟແລ່ນຜ່ານ. ສະນັ້ນ, ເມື່ອເປີດໃຫ້ບໍລິການທ່າບົກທ່ານາແລ້ງ ຈະແກ້ໄຂບັນຫາຄວາມຫຍຸ້ງຍາກ ທັງເປັນການຫຼຸດຕົ້ນທຶນ ໃນການຂົນສົ່ງລົງ ແລະ ຂອດຂັ້ນເວລາສັ້ນລົງ.
ທ່ານຍັງກ່າວອີກວ່າ: ທ່າບົກທ່ານາແລ້ງ ເປັນສະຖານີບໍລິການດ້ານຂົນສົ່ງສິນຄ້າ ພວກເຮົາເປີດໃຫ້ພາກທຸລະກິດຕ່າງໆ ເຂົ້າມາມີສ່ວນຮ່ວມໃນການດຳເນີນທຸລະກິດດ້ານການຂົນສົ່ງສິນຄ້າ - ແຈກຢາຍສິນຄ້າ, ເປັນສູນລວມສິນຄ້າກະສິກຳ, ອຸດສາຫະກຳ ເພື່ອສົ່ງອອກໄປຂາຍຕ່າງປະເທດ.
ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ຍຸດທະສາດຂອງລັດຖະບານ ວ່າດ້ວຍການເຊື່ອມໂຍງ ຖ້າເຮົາບໍ່ມີບ່ອນລວມສູນ ຂອງສິນຄ້າທີ່ດຳເນີນຂັ້ນຕອນຕ່າງໆໃຫ້ອຳນວຍຄວາມສະດວກແມ່ນພວກເຮົາຈະເສຍປຽບ ຕໍ່ໄປຈະເອົາສິນຄ້າລົງຢູ່ນີ້ ມີລົດຂອງພາກທຸລະກິດລາວມາເອົາເຄື່ອງຈາກຈຸດນີ້ໄປ ສະເລ່ຍປີໜຶ່ງ 2 ແສນຕູ້ຄອນເທນເນີ ຄິດເປັນມູນຄ່າ 60 ລ້ານ ໂດລາສະຫະລັດ ຈະໝູນວຽນພາຍໃນລະບົບການຂົນສົ່ງ ເຮັດໃຫ້ບໍລິສັດຂົນສົ່ງໃນນະຄອນຫຼວງວຽງຈັນນີ້ໄດ້ຜົນປະໂຫຍດ.
ທ່ານກ່າວອີກວ່າ: ພາລະກິດຂອງພວກເຮົາເປັນຕົວແທນຂອງລັດຖະບານ ສ້າງໂຄງລ່າງພຶ້ນຖານເພື່ອບໍລິການສັງຄົມ, ໂຄງການດັ່ງກ່າວເປັນໂຄງການຂອງລັດຖະບານ ເຊິ່ງໂລຊິດສະຕິກເປັນຫົວໃຈ, ເປັນປາຍແຫຼມຂອງການພັດທະນາ.
ສະນັ້ນ, ເຮົາເລີ່ມຈາກຈຸດນີ້ເປັນການບໍລິການລວມສູນອອກໄປຈຶ່ງຢາກນຳສະເໜີໃຫ້ທຸກພາກສ່ວນເຂົ້າໃຈໃນພາລະບົດບາດຂອງພວກເຮົາ ແລະ ເຫັນເຖິງຄວາມຕັ້ງໃຈທີ່ພວກເຮົາຢາກພັດທະນາໃຫ້ທຸກຄົນເຂົ້າມາມີສ່ວນຮ່ວມ.
ໂອກາດດັ່ງກ່າວ, ທ່ານ Tee Chee Seng ຮອງປະທານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ໄດ້ລາຍງານສະພາບລວມຂອງການພັດທະນາ ໂຄງການທ່າບົກທ່ານາແລ້ງ ໂດຍສັງເຂບ ພ້ອມຍົກໃຫ້ເຫັນທິດທາງການໄຫຼວຽນ ຂອງສິນຄ້າພາຍຫຼັງທີ່ເປີດໃຫ້ບໍລິການຈະເປັນໂອກາດໃຫ້ຜູ້ປະກອບການສິນຄ້າລາວທີ່ຜະລິດຕາມມາດຕະຖານສາກົນ ສາມາດ ສົ່ງອອກໄປຕ່າງປະເທດຜ່ານທ່າບົກທ່ານາແລ້ງ ໄດ້ຢ່າງສະດວກ ແລະ ວ່ອງໄວ. ພ້ອມກັນນັ້ນ, ກໍຈະເປັນຈຸດກະຈາຍສິນຄ້າ ຂອງໂລກໃນພາກພຶ້ນຕາມແລວທາງທ່າບົກທ່ານາແລ້ງ ຈະເຮັດໃຫ້ໂອກາດທຸລະກິດຂອງລາວມີຫຼາຍຂຶ້້ນ ຮອງຮັບສິນຄ້າຈາກເອີຣົບ - ສປ ຈິນ - ນະຄອນຫຼວງວຽງຈັນ - ບັນດາປະເທດໃນອາຊຽນ.
ພາຍຫຼັງທີ່ໄດ້ຮັບຟັງການລາຍງານ ແລະ ຢ້ຽມຊົມການພັດທະນາໂຄງການທ່າບົກທ່ານາແລ້ງ, ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງໃນການເຂົ້າມາພັດທະນາພຶ້ນຖານໂຄງລ່າງ ອຳນວຍຄວາມສະດວກ ໃນການຂົນສົ່ງ ທ່ານກ່າວວ່າ: ຍຸດທະສາດເຊື່ອມຈອດກັບທະເລຂອງປະເທດເຮົາແມ່ນໃກ້ເປັນຈິງ ທ່າບົກທ່ານາແລ້ງ ແມ່ນຫັນເປັນທາງຜ່ານທີ່ມີຫຼັກການທີ່ສຸດ ພວກເຮົາສ້າງພຶ້ນຖານໂຄງລ່າງຮອງຮັບການຈັດຕັ້ງປະຕິບັດລະບົບໂລຊິດສະຕິກ ອຳນວຍຄວາມສະດວກທາງການຄ້າບໍລິການດ້ານສັງຄົມ, ເປັນການສ້າງຂີດຄວາມສາມາດໃຫ້ເຈົ້າໜ້າທີ່ຂອງລາວໄປພ້ອມໆກັນ.
ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ກວມລວມທັງໝົດ 382 ເຮັກຕາ ລວມມີມູນຄ່າການລົງທຶນໂຄງການທັງໝົດ 727 ລ້ານໂດລາສະຫະລັດ ຈະແບ່ງອອກເປັນ 3 ໄລຍະ.
The Vientiane Logistics Park is the only comprehensive logistics park in Vientiane and comprises five zones in one location as follows:
• ໄລຍະທີ 1: ແມ່ນໄລຍະການປ່ຽນຜຽນການບໍລິຫານຈັດການຮູບແບບການບໍລິການແບບເດີມ ຂອງລານຕູ້ຄອນເທນເນີ້ ຂອງລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ (ລລບສ) ຄູ່ຂະໜານກັບຮູບແບບ ການບໍລິການດ້ວຍລະບົບບໍລິຫານຈັດການຂ້າມຜ່ານຂອງທ່າບົກທ່ານາແລ້ງ, ຄຽງຄູ່ກັນນັ້ນແມ່ນເລີ່ມຕົ້ນ ການຍ້າຍຖານຂໍ້ມູນລູກຄ້າ ແລະ ການບໍລິການທັງໝົດເຂົ້າໃນລະບົບ Terminal Operating System (TOS) ຂອງທ່າບົກທ່ານາແລ້ງ ໃນວັນທີ 1 ມິຖຸນາ 2021.
• ໄລຍະທີ 2: ການເປີດນຳໃຊ້ທ່າບົກທ່ານາແລ້ງແບບເຕັມຮູບແບບ ພາຍໃນເດືອນສິງຫາ 2021.
• ໄລຍະທີ 3: ເຂດໂລຊິດສະຕິກ ພາກ ນະຄອນຫຼວງວຽງຈັນ ຄາດວ່າຈະເປີດນຳໃຊ້ພາຍໃນໄຕມາດທີ 1 ປີ 2022.
ແຫຼ່ງຂ່າວ: ໜັງສືພິມ ຂ່າວ ເສດຖະກິດ ການຄ້າ
5. Export Processing Zone (EPZ): The new destination as a modern and the most dynamic EPZ in the region, this will offer a more competitive business environments and will gear up to become a manufacturing export hub for the Asean and global consumer market.