ຄະນະຊ່ວຍວຽກທ່ານາຍົກລັດຖະມົນຕີຢ້ຽມຢາມເບິ່ງຄວາມຄືບໜ້າ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກພາກ
ວັນທີ 27 ສິງຫາ 2021 ຄະນະຊ່ວຍວຽກທ່ານາຍົກລັດຖະມົນຕີ ນຳພາໂດຍທ່ານ ຈັນທະບູນ ລັດຕະນະວົງ ປະທານຜູ້ຊ່ວຍວຽກທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມເພື່ອຊຸກຍູ້ສົ່ງເສີມພາກ ທຸລະກິດ ແລະ ເບິ່ງຄວາມຄືບໜ້າການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກພາກ ໂດຍສະເພາະໂຄງການພັດທະນາທ່າບົກທ່ານາແລ້ງຂອງບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈຳກັດ ທີ່ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕ້ອນຮັບໂດຍທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ທ່າບົກທ່ານາແລ້ງ ພ້ອມດ້ວຍ ຄະນະບໍລິຫານຫຼັກແຫຼ່ງຂອງບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ.
The Board of Advisors to Prime Minister Phankham Viphavanh, led by the board’s Chairman, Mr Chanthaboun Lattanavong, on Friday visited the US$727 million project, which is under construction in Vientiane.
ໂອກາດລົງມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນຄັ້ງນີ້ ທ່ານ ຈັນທະບູນ ລັດຕະນະວົງ ພ້ອມດ້ວຍຄະນະ ກໍຄືບັນດາຮອງລັດຖະມົນຕີຫ້ອງການກ່ຽວຂ້ອງ ແລະ ພາກທຸລະກິດທີ່ຖືກແຕ່ງຕັ້ງໃຫ້ເປັນຄະນະຊ່ວຍວຽກນາຍົກລັດຖະມົນຕີ ທີ່ຕິດຕາມມານຳໄດ້ຮັບຟັງລາຍງານສະເພາະ ຄວາມເປັນມາ ແລະ ການລົງທຶນພັດທະນາໂຄງການຂອງບໍລິສັດ ເຊິ່ງໂຄງການດັ່ງກ່າວເປັນໂຄງການໃຫຍ່ ມີມູນຄ່າ ການລົງທຶນສູງຫຼາຍຮ້ອຍລ້ານໂດລາສະຫະລັດທີ່ນັກທຸລະກິດພາຍໃນເຫັນໄດ້ອະນາຄົດໃນການພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລ ຈຶ່ງໄດ້ມີຄວາມຕັດສິນໃຈສູງໃນການພັດທະນາໂຄງການນີ້ຂຶ້ນມາ ເນື່ອງຈາກປະເທດລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ໂຄງການນີ້ຈະເປັນໂຄງການໜ່ຶ່ງໃນການພັດທະນາເສດຖະກິດ ຂອງລາວໃນອະນາຄົດເນື່ອງຈາກທ່າບັກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ພາກ ເປັນຈຸດບໍລິການ
Regional-global transport hub
Given its strategic importance of being a transport hub between Laos, the region and the world, the developer said the project, once operational, would be one of the main forces in driving substantial economic growth.
ການຂົນສົ່ງເຊື່ອມຕໍ່ລະຫວ່າງປະເທດໃນພາກພື້ນ ແລະ ສາກົນ ຈະເປັນໂຄງການຕົວແບບໃນອະນາຄົດທີ່ຈະສ້າງ ລາຍຮັບໃຫ້ບໍລິສັດ ແລະ ລັດຖະບານທີ່ໄດ້ຈາກລາຍຮັບກິດຈະການອ້ອມຂ້າງ ປັດຈຸບັນ ບໍລິສັດກຳລັງເລັ່ງກໍ່ສ້າງ ພຶ້ນຖານໂຄງລ່າງ ເພື່ອຮອງຮັບການພັດທະນາໂຄງການຕໍ່ໄປ ເປັນຕົ້ນກໍ່ສ້າງເສັ້ນທາງ, ລະບົບລະບາຍນໍ້າ, ເດີ່ນຈອດລົດ, ປະຕູໂຂງ, ອາຄານສຳນັກງານ, ລະບົບສາງ ແລະ ອື່ນໆທີ່ເປັນສິ່ງອຳນວຍຄວາມສະດວກດ້ານຕ່າງໆ ໃນການດຳເນີນໂຄງການ ແມ່ນມີຄວາມຄືບໜ້າໄວ. ມາຮອດປັດຈຸບັນໜ້າວຽກສຳເລັດຫຼາຍກວ່າ 80% ແລະ ຈະສຳເລັດພ້ອມເປີດນຳໃຊ້ຢ່າງເປັນທາງການພາຍໃນເດືອນພະຈິກ 2021.
Planned to connect to the Laos-China Railway, which is slated to open for services in December this year, the Thanaleng Dry Port and Vientiane Logistics Park will link to the intended global transport network leading to Europe via the railway.
ພາຍຫຼັງທີ່ທ່ານ ຈັນທະບູນ ລັດຕະນະວົງ ພ້ອມຄະນະໄດ້ຮັບຟັງການລາຍງານ ແລະ ຢ້ຽມຢາມເບິ່ງພາກສະໜາມຕົວຈິງຂອງໂຄງການແລ້ວ ທ່ານໄດ້ມີຄຳເຫັນສະແດງຄວາມດີໃຈຕໍ່ການພັດທະນາໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ທີ່ເປັນຮູບປະທຳເທື່ອລະກ້າວ ແລະ ຄິດວ່າພາຍຫຼັງທີ່ການກໍ່ສ້າງສຳເລັດ ເຂດດັ່ງກ່າວຈະຊ່ວຍແກ້ໄຂບັນຫາຕ່າງໆສອດຄ່ອງກັບຍຸດທະສາດແຜນການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ພ້ອມນັ້ນເຫັນວ່າໂຄງການດັ່ງກ່າວມີຄວາມສອດຄ່ອງກັບພາກພື້ນ ແລະ ສາກົນ. ນອກນີ້ ລັດຖະບານ ກໍຄືບັນດາຂະແໜງການທີ່ກ່ຽວຂ້ອງຈະໃຫ້ການສະໜັບສະໜູນຕໍ່ແນວທາງ ການພັດທະນາເຂດ ສົ່ງເສີມການລົງທຶນໃຫ້ແກ່ພາກທຸລະກິດ ກໍຄືຫົວໜ່ວຍທຸລະກິດທີ່ພັດທະນາເຂດນີ້. ເຂດນີ້ຍັງຈະເປັນສ່ວນໜຶ່ງໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ມີລະບົບການເຮັດວຽກທີ່ຮັດກຸມ, ປອດໃສ, ສາມາດກວດສອບໄດ້, ພິເສດສາມາດອັດການຮົ່ວໄຫຼ ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ໂອກາດນີ້ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ທີ່ສ້າງໂອກາດໃຫ້ການນຳ ຄະນະຊ່ວຍວຽກທ່ານນາຍົກລັດຖະມົນຕີ ໄດ້ລົງມາຢ້ຽມຢາມສຳຜັດຕົວຈິງແລະ ຜ່ານການລົງມາເບິ່ງຕົວຈິງແລ້ວເຫັນວ່າ ໂຄງການນີ້ຈະເປັນຈຸດໜຶ່ງ ທີ່ຈະດຶງດູດການລົງທຶນຈາກຕ່າງປະເທດ ເຂົ້າມາປະເທດລາວເຮົາຫຼາຍຂຶ້ນໃນອະນາຄົດ. ຕອນທ້າຍ, ທ່ານ ຈັນທະບູນ ລັດຕະນະວົງ ຍັງໄດ້ອວຍພອນມາຍັງຜູ້ບໍລິຫານ ແລະ ພະນັກງານບໍລິສັດ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ ພ້ອມກັນສຸມໃສ່ພັດທະນາໂຄງການໃຫ້ສຳດລັດຕາມແຜນການ ທີ່ວາງໄວ້.
Initially, it is estimated that at least 300,000 containers from Laos, mainly from the TDP, will be shipped by rail to Europe via China each year. Later, shipments could rise to somewhere between 1.2 and 1.8 million containers a year.
As part of the Laos Logistics Link – which also includes the Vung Ang seaport in Vietnam’s central Ha Tinh province and a planned railway linking Vientiane with the seaport – the TDP and VLP are also set to connect to other regional transport routes leading to countries such as southern China, Japan, the Republic of Korea, Russia, the Philippines and Indonesia.
Being developed on 382 hectares in Dongphosy village, Hadxaifong district, the project is located near the first Laos-Thailand Mekong Friendship Bridge and will connect to the Laos-Thailand railway station.
The developer said the project is expected to directly generate a huge amount of revenue to the state budget from the fees charged for various services.
ໂຄງການພັດທະນາ Laos Logistics Link (LLL) ເຊີ່ງລວມມີ:
1. ທ່າບັກທ່ານາແລ້ງ ແລະ ເຂດໂລຊິດສະຕິດນະຄອນຫຼວງວຽງຈັນ
2. ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ
3. ເສັ້ນທາງລົດໄຟລາວ-ຫວຽດນາມ
Investment opportunities and incentives
4. ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000MV ທີ່ແຂວງຄຳມ່ວນ ສະເພາະ ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນ ໄດ້ແນໃສຜັນຂະຫຍາຍ ນະໂຍບາຍຂອງລັດຖະບານລາວໃນການຫັນປ່ຽນປະເທດລາວໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງ ອານຸພາກພຶ້ນແມ່ນໍ້າຂອງ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຍຸດທະສາດດັ່ງກ່າວ ຈະເຮັດໜ້າທີ່ເປັນສູນກາງ ຂອງການຂະຫຍາຍການຄ້າລະຫວ່າງອາຊຽນ-ສປຈີນ-ເອີຣົບ ພາຍຫຼັງການເປີດນຳໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນຢ່າງເປັນທາງການໃນທ້າຍປີ 2021. ຈຸດປະສົງຫຼັກຂອງໂຄງການທ່າບົກທ່ານາແລ້ງ ເພື່ອຫຼຸດຜ່ອນຕົ້ນທຶນ ການຂົນສົ່ງສິນຄ້າ ນຳເຂົ້າ-ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີ 1 ນະຄອນຫຼວງວຽງຈັນ-ແຂວງໜອງຄາຍ ປະເທດໄທ ຈາກທີ່ມີຢູ່ປັດຈຸບັນລົງ 40% ຮອດປີ 2025 ເຮັດໃຫ້ລາວເຮົາບໍ່ພຽງແຕ່ເປັນທາງຜ່ານເທົ່ານັ້ນ ແຕ່ເປັນສູນກາງເຊື່ອມໂຍງການຄ້າລະຫວ່າງປະເທດ ໄດ້ຮັບການຍອມຮັບຈາກເຄືອຂ່າຍຂົນສົ່ງລະຫວ່າງປະເທດ ໃຫ້ເປັນຈຸດໝາຍປາຍທາງ ແລະ ເປັນພຶ້ນຖານຈຸດຜ່ານທີ່ສຳຄັນຕອບສະໜອງຍຸດທະສາດການເຊື່ອມໂຍງ ຂອງລັດຖະບານລາວ ແລະ ການເຕີບໂຕແບບຍືນຍົງຂອງເສດຖະກິດແຫ່ງຊາດ.
ສ່ວນໂຄງການ ວຽງຈັນ ໂລຊິດສະຕິກ ພາກ (VLP) ແມ່ນໜຶ່ງໃນໂຄງການບູລິມະສິດ ຂອງຍຸດທະສາດການພັດທະນາໂລຊິດສະຕິກແຫ່ງຊາດ (ປີ 2016-2030) ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດທຳເລທີ່ສຳຄັນ ແລະ ມີພຶ້ນທີ່ກວ້າງຂວາງ ຈຳນວນທັງໝົດ 382 ເຮັກຕາ ພ້ອມດ້ວຍສິດທິພິເສດສະເພາະຈາກລັດຖະບານລາວ ໃນຖານະໂຄງການບູລິມະສິດໃນການຜັນຂະຫຍາຍ ຍຸດທະສາດການພັດທະນາໂລຊິດສະຕິກແຫ່ງຊາດແລະ ການຫັນປະເທດລາວຈາກປະເທດບໍ່ມີຊາຍແດນຕິດກັບທະເລ ສູ່ປະເທດແຫ່ງການເຊື່ອຈອດອານຸພາກພຶ້ນ ແລະ ສາກົນ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນ ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກ ບໍ່ວ່າທາງດ້ານໂຄງຮ່າງພຶ້ນຖານດ້ານການ ຄົມມະນາຄົມທີ່ມີການເຊື່ອມຕໍ່ກັບທ່າບົກ,ເສັ້້ນທາງລົດໄຟລາວ-ໄທ ແລະ ລາວ-ຈີນ, ເສັ້ນທາງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ. ໃນອະນາຄົດ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ພາກ ເປັນເຂດໂລຊິດສະຕິກຄົບວົງຈອນຂອງນະຄອນຫຼວງວຽງຈັນພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນຄື:
Tank Farm: This facility will store liquid bulk cargoes for importing and storing fuel from Thailand and will serve as a fuel distribution centre for Laos. Diesel and petroleum products will arrive at the tank from a dedicated rail yard and pipeline.
3. Logistics Park: The main service provided by the Logistics Park is a warehousing and distribution centre, which offers goods storage, consolidation, distribution, inventory management, and warehouse management.
ສາງເກັບນໍ້າມັນ, ເຂດໂລຊິດສະຕິກ, ເຂດການຄ້າເສລີ, ທ່າບົກທ່ານາແລ້ງ ແລະ ເຂດຜະລິດ ແບະ ປຸງແຕ່ງສິນຄ້າເພື່ອສົ່ງອອກ ເປັນເຂດທີ່ທັນສະຟໝ ແລະ ວ່ອງໄວທີ່ສຸດໃນພາກພື້ນ.
ນອກນັ້ນເຂດໂລຊິດສະຕິກ ພາກ ຍັງຈະໄດ້ຈັດສັນໂຄງຮ່າງພື້ນຖານດ້ານສາທາລະນຸປະໂພກທີ່ໄດ້ມາດຕະຖານ ແລະ ຄຸນະພາບສູງ ເພື່ອຕອບສະໜອງຕາມຄວາມຕ້ອງການຢ່າງພຽງພໍ ແລະ ໝັ້ນໃຈວ່າທຸກກິດຈະກຳ ແລະ ທຸລະກິດໃນເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ສາມາດນຳໃຊ້ ແລະ ດຳເນີນທຸລະກິດໄດ້ຢ່າງສະດວກສະບາຍ.
Investors are expected to benefit from many incentives including tax breaks. Mr Chanthaboun said he was glad to have witnessed the work being done to get the project up and running and praised the developer for striving to bring it to fruition.
ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່