Logtra
thumb
  • January 17, 2024
  • 0 Comments

ກໍາມະບານຮາກຖານເຂດໂລຊິດສະຕິກ ນວ ຮ່ວມໃຈບໍລິຈາກເລືອດເພື່ອຊ່ວຍເຫຼັອສັງຄົມ

ກໍາມະບານຮາກຖານເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບອົງການກາແດງແຫ່ງຊາດລາວ ຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ຫົວຂໍ້ “ໃຫ້ເລືອດ ໃຫ້ຊີວິດ” ເພື່ອສ້າງຂະບວນການຕ້ອນຮັບວັນຊາດ ຄົບຮອບ 48 ປີ ແລະ ວັນເປີດນໍາໃຊ້ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ຄົບຮອບ 2 ປີ ຂຶ້ນວັນທີ 29 ພະຈິກ 2023 ຢູ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ໂດຍມີ ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ທ່ານ ວຽງຄອນ ສິດທິໄຊ ຮອງປະທານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈໍາກັດ ແລະ ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ພ້ອມດ້ວຍປະທານກໍາມະບານຮາກຖານ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມ.
ທ່ານ ໄກທອງ ສີນວນ ປະທານກໍາມະບານຮາກຖານເຂດໂລຊິດສະຕິກ ນວ ກ່າວວ່າ: ກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມຄັ້ງນີ້ເປັນຄັ້ງທຳອິດຂອງກຳມະບານຮາກຖານເຂດໂລຊິດສະຕິກ ນວ ຈັດຂຶ້ນເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ (2 ທັນວາ) ແລະ ວັນເປີດນໍາໃຊ້ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ (4 ທັນວາ) ທີ່ຈະມາເຖິງ.
ການບໍລິຈາກເລືອກຄັ້ງນີ້ ແມ່ນໄດ້ປຸກລະດົມເຊີນຊົນບັນດາພະນັກງານວິຊາການໃນເຄືອບໍລິສັດ ແລະ ພາກສ່ວນຕ່າງໆໃນສັງຄົມ ເຂົ້າຮ່ວມບໍລິຈາກເລືອດແບບສະໝັກໃຈ ໂດຍມີຜູ້ສະໝັກໃຈເຂົ້າຮ່ວມກິດຈະກຳຄັ້ງນີ້ 108 ສະຫາຍ ໃນນີ້ຈາກບໍລິ ສັດສິດທິໂລຈິສຕິກລາວ ຈໍາກັດ 13 ສະຫາຍ ຂະແໜງການພາກລັດປະຈໍາດ່ານ 9 ສະຫາຍ ບໍລິສັດ ຂວັນໃຈການຄ້າ ຂາອອກ-ຂາເຂົ້າ ຈໍາກັດ 4 ສະຫາຍ ບໍລິສັດ ພີທີແອລ ໂຮນດິ້ງ 3 ສະຫາຍ ຮ້ານກາເຟແຈລາມ່ອງ 2 ສະຫາຍ ສ່ວນທີ່ເຫຼືອກາແມ່ນສະມາຊິກກຳມະບານ ພະນັກງານກຳມະກອນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ