Logtra
  • May 22, 2024
  • 0 Comments

AR Supervisor

This job has been expired

ຈຳນວນ: 1 ຕຳແໜ່ງ

ລາຍລະອຽດໜ້າວຽກ

  • ກວດສອບເອກະສານໃບບິນຮັບເງິນ, ໃບບິນອາກອນ ແລະ ລາຍລະອຽດຍອດລູກໜີ້ຄົງຄ້າງ
  • ກວດສອບ Aging ສ້າງບົດລາຍງານວິເຄາະນຳສະເໜີຫົວໜ້າສາຍງານ ແລະ ຜູ້ບໍລິຫານ
  • ວາງແຜນການຕິດຕາມທວງໜີ້, ເງິນລ່ວງໜ້າລູກຄ້າ ແລະ ດຳເນີນການຕາມຂັ້ນຕອນການທວງໜີ້ຂອງບໍລິສັດຕາມລະບຽບກົດໝາຍ
  • ສະຫຼຸບລາຍງານອາກອນມູນຄ່າເພີ່ມເວລາຂາຍ ແລະ ອາກອນມູນຄ່າເພີ່ມເວລາຊື້ ປະຈຳເດືອນ ແລະ ປະຈຳປີ
  • ກວດສອບການຂໍເຄດິດ/ເພີ່ມວົງເງິນ, ການຂໍເງິນລ່ວງໜ້າ ແລະ ປ່ຽນແປງເຄດິດຂອງລູກຄ້າ
  • ກວດສອບລູກຄ້າທີ່ເກີນວົງເງິນ ແລະ ລູກຄ້າທີ່ບໍ່ປະຕິບັດການຊຳລະໜີ້ຕາມສັນຍາ ແລະ ວຽກອື່ນໆຕາມການມອບໝາຍຂອງຫົວໜ້າສາຍງານ.

ເງື່ອນໄຂ ແລະ ຄຸນສົມບັດ

  • ຈົບການສຶກສາລະດັບ ປະລິນຍາຕີ, ສາຂາວິຊາ: ບັນຊີບໍລິຫານ
  • ສາມາດນຳໃຊ້ໂປຮແກມບັນຊີ ແລະ Microsoft office ໄດ້ເປັນຢ່າງດີ
  • ມີຄວາມຮູ້ທາງດ້ານພາສາອັງກິດໃນລະດັບດີ
  • ມີປະສົບການທີ່ກ່ຽວຂ້ອງ 1 – 2 ປີ ( ນັກສຶກສາຈົບໃໝ່ສາມາດສະໝັກໄດ້ )
  • ມີມະນຸດສຳພັນດີ, ຮັກ, ມັກໃນວຽກງານ
  • ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າວຽກ

ເອກະສານປະກອບທີ່ຕ້ອງສົ່ງ

  • ປະຫວັດຫຍໍ້ (CV)
  • ໃບສະໝັກວຽກ
  • ສຳເນົາໃບປະກາດ
  • ສຳເນົາໃບຄະແນນ
  • ສຳເນົາບັດປະຈຳຕົວ
  • ສົ່ງເຂົ້າອີເມວ: Careers@thanalengdryport.com

ຕິດຕໍ່ສອບຖາມເພີ່ມເຕີມ

  • Whatsapp: +85620 57963322
  • E-mail: Careers@thanalengdryport.com
  • ສະຖານທີ່ເຮັດວຽກ: ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ບ້ານດົງໂພສີ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ