Logtra
no image

ກຳມະບານເຂດໂລຊິດສະຕິກ ຈັດກິດຈະກຳບໍລິຈາກເລືອດ

ວັນທີ 28 ພຶດສະພາ 2024 ກິດຈະກໍາບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມຂອງສະມາ ຊິກກໍາມະບານຮາກຖານເຂດໂລຊິດສະຕິກນະຄອນຫຼວງ ວຽງຈັນ ເພື່ອສະເຫຼີມສະຫຼອງວັນກຳມະກອນສາຄົນ ວັນ ທີ 1 ພຶດສະພາ 2024 ຄົບຮອບ 138 ປີ ຈັດຂຶ້ນວັນທີ 23 ພຶດສະພາ 2024 ທີ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ທ່ານ ພັນໂທ ອຸດສາ ລາສະທອນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ທ່ານ ສາຄອນ ພິລາງາມ ຜູ້ອຳ ນວຍການໃຫຍ່ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ບັນດາຜູ້ບໍລິຫານບໍລິສັດ ສະມາຊິກກຳມະບານ ແລະ ຜູ້ສະໝັກໃຈບໍລິຈາກເລືອດເຂົ້າຮ່ວມ. ໃນພິທີທ່ານ ໄກທອງ ສີນວນ...

May 29, 2024
0 Comments