Logtra
thumb
  • February 24, 2024
  • 0 Comments

ທ່ານ ນາຍົກລັດຖະມົນຕີ ຊຸກຍູ້ການແກ້ໄຂສິ່ງອຸດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ

ໃນຕອນເຊົ້າວັນທີ 24 ກຸມພາ 2024, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ ໄດ້ເຄື່ອນໄຫວເຮັດວຽກຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ, ນະຄອນ ຫຼວງວຽງຈັນ; ມີທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາທ່ານ ຮອງລັດຖະມົນຕີ, ຜູ້ຕາງໜ້າຂະແໜງການຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ, ອຳນວຍຄວາມສະດວກ ແລະ ບໍລິການຂົນ ສົ່ງສິນຄ້າ ຜ່ານດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ເສັ້ນທາງລົດໄຟ ລາວ-ຈີນ ແລະ ລົດໄຟລາວ-ໄທ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເປັນການຕິດຕາມກວດກາສະພາບຄວາມເປັນຈິງ ກ່ຽວກັບການບໍລິການ ແລະ ອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ຜ່ານດ່ານສາກົນສິນ ຄ້າ ທ່າບົກ-ທ່ານາແລ້ງ ເປັນຕົ້ນ ການແຈ້ງພາສີ, ການກວດກາສິນຄ້າ, ການຄ່ຽນຖ່າຍສິນຄ້າ, ລະບົບ ແລະ ເຄື່ອງມືທີ່ນຳໃຊ້, ການຈັດພະນັກງານຮັບຜິດຊອບວຽກ ງານດ້ານຕ່າງໆ, ລວມທັງ ຂອດຂັ້ນຕ່າງໆ ທີ່ຕິດພັນການບໍລິການຢູ່ເຂດດັ່ງກ່າວ ໂດຍສະເພາະ ການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ. ອັນສຳຄັນ ເພື່ອຮັບຟັງບັນດາຂໍ້ສະເໜີ ທີ່ຍັງຄົງຄ້າງ ກໍ່ຄື ສິ່ງທີ່ຍັງເປັນອຸປະສັກອຸດຕັນຕ່າງໆທີ່ຕິດພັນ ທັງເພື່ອເປັນຂໍ້ມູນ ສະເໜີ ແລະ ຊີ້ນຳ ໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂຈັດຕັ້ງປະຕິບັດ, ແນໃສ່ເຮັດໃຫ້ການບໍລິການຂົນ ສົ່ງສິນຄ້າ ຜ່ານດ່ານດັ່ງກ່າວ ມີປະສິດທິພາບ, ມີຄວາມສະດວກວ່ອງໄວ, ໂລ່ງລ່ຽນ, ໂປ່ງໃສ, ຮັບປະກັນຄວາມປອດໄພແລະ ຫຼຸດຜ່ອນຕົ້ນທຶນການຂົນສົ່ງ, ທັງສາມາດດຶງດູດການໃຊ້ບໍລິການ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ໃນໂອກາດນີ້, ຄະນະຄຸ້ມຄອງ ແລະ ພັດທະນາດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບລວມຂອງດ່ານ, ບັນດາກິດຈະກຳຢູ່ໃນທ່າບົກ ກໍ່ຄື ສະພາບການດຳເນີນ ແລະ ບໍລິການວຽກງານແຕ່ລະດ້ານ ເຊັ່ນ ລົດຂົນສົ່ງຜ່ານທ່າບົກ, ລົດຂົນສົ່ງສະຫຼັບຫົວ, ລົດຂົນສົ່ງສິນຄ້າລົງສາງ ຫຼື ຄ່ຽນຖ່າຍ, ລົດຂົນສົ່ງຍົກຕູ້ຂຶ້ນລົງ, ລວມທັງ ຂັ້ນຕອນ ແລະ ວິທີການ ທາງດ້ານການເສຍພາສີ, ອັດຕາຄ່າບໍລິການຕ່າງໆ, ຕະຫຼອດຮອດ ການນຳສະເໜີບາງວຽກງານ ທີ່ຍັງຄົງຄ້າງ, ວຽກທີ່ຍັງບໍ່ທັນເປັນເອກະພາບ ເຊິ່ງຈະຕ້ອງໄດ້ພ້ອມກັນສືບຕໍ່ປຶກສາຫາລືແກ້ໄຂ. ນອກນັ້ນ, ຍັງໄດ້ຮັບຟັງການນຳສະ ເໜີຂໍ້ມູນ ຈາກຜູ້ປະກອບການ ບໍລິການທາງດ້ານເອກະສານ ນຳເຂົ້າ ແລະ ສົ່ງອອກສິນຄ້າ; ການລາຍງານຈາກເຈົ້າໜ້າທີ່ພາສີປະຈຳດ່ານ, ຜູ້ຕາງ ໜ້າບໍລິສັດ ລົດໄຟ ລາວ-ຈີນ ທັງຝ່າຍລາວ ແລະ ຈີນ ໂດຍສະເພາະ ການເຊື່ອມຕໍ່ການຂົນສົ່ງ ລະຫວ່າງ ສະຖານີລົດໄຟວຽງຈັນໃຕ້ ກັບຈຸດຄ່ຽນຖ່າຍສິນຄ້າ ດ່ານສາ ກົນສິນຄ້າທ່າບົກ-ທ່ານາແລ້ງ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນເຈາະຈີ້ມຕື່ມບາງດ້ານ ເພື່ອສະເໜີພາກສ່ວນກ່ຽວ ຂ້ອງໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ມີຄວາມສົນໃຈ ແລະ ຕັ້ງຂຶ້ນ ພ້ອມທັງ ຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈຳເປັນ ໃນການເກັບຄ່າບໍລິການຕ່າງໆ ດັ່ງທີ່ໄດ້ກຳນົດໄວ້ໃນນະໂຍບາຍ ກໍ່ຄື ນິຕິກຳທີ່ກ່ຽວຂ້ອງ; ເຫດຜົນ ໃນການຈັດວາງເຈົ້າໜ້າທີ່ກ່ຽວຂ້ອງ ຮັບຜິດຊອບວຽກງານດ້ານຕ່າງໆ ຢູ່ແຕ່ລະເຂດ; ຄຽງຄູ່ກັນນັ້ນ, ກໍ່ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ເອົາໃຈໃສ່ກວດກາລົດຂົນສົ່ງສິນຄ້າຜ່ານດ່ານ ຢ່າງຄົບຖ້ວນ ເປັນມາດຕະ ຖານດຽວ ທີ່ເອກະພາບ (ບໍ່ເລືອກປະຕິບັດ), ປັບປຸງວິທີການກວດໃຫ້ສອດຄ່ອງກວ່າເກົ່າ ບົນພື້ນຖານນໍາໃຊ້ເຄື່ອງມືທີ່ທັນສະໄໝ; ໃນຕໍ່ໜ້າ ຈະໄດ້ມອບໝາຍ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ລະຫວ່າງ ສະຖານີລົດໄຟວຽງຈັນໃຕ້ ກັບດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ທັງຊອກຫາສາເຫດ ແລະ ຄົ້ນຄວ້າວິທີແກ້ໄຂບັນຫາ ທີ່ຕິດພັນກັບຄ່າບໍລິການຂົນສົ່ງ ໃນລະດັບທີ່ສົມເຫດສົມຜົນ, ສາມາດດຶງດູດການໃຊ້ບໍລິການ ຜ່ານເສັ້ນທາງລົດໄຟ ໃຫ້ຫຼາຍຂຶ້ນ ແລະ ມີປະສິດທິຜົນ.