
ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (1 ມິຖຸນາ 1980 – 1 ມິຖຸນາ 2024) ສະມາຊິກກຳມະບານຮາກຖານເຂດໂລຊິສຕິກ ບໍລິສັດທ່າບົກທ່ານາແລ້ງຈຳກັດ ບໍລິສັດສິດທິ ໂລຈິສຕິກ ໄດ້ຈັດກິດຈະກຳປູກຕົ້ນໄມ້ ຈຳນວນ 100 ຕົ້ນເປັນການສ້າງຂະບວນການຄຶກຄື້ນໃນວັນປູກຕົ້ນໄມ້ ພ້ອມທັງເປັນການຈັດຕັ້ງປະຕິບັດແຜນພັດທະນາສິ່ງແວດລ້ອມ ແລະ ສັງຄົມ ຂອງດ່ານສິນຄ້າສາກົນທ່າບົກທ່ານາແລ້ງ