Logtra
  • ເດືອນພຶດສະພາ 22, 2024
  • 0 Comments

Accounting Supervisor

This job has been expired
Full-time

ຈຳນວນ: 1 ຕຳແໜ່ງ

ລາຍລະອຽດໜ້າວຽກ

  • ກວດສອບຄວາມຖືກຕ້ອງຄົບຖ້ວນຂອງເອກະສານ ແລະ ເນື້ອໃນທາງການເງິນ ກ່ອນການບັນທຶກບັນຊີໜີ້ສິນ, ຊັບສິນ, ລາຍຮັບ, ລາຍຈ່າຍ, ລູກໜີ້ຄ້າງຊຳລະ ແລະ ການ Approve ແລະ Post ເອກະສານໃນລະບົບໂປຮແກມ
  • ຊ່ວຍສະຫຼຸບງົບປະຈຳເດືອນ ງົບກຳໄລ – ຂາດທຶນ ຕ້ອງມີຄວາມຖືກຕ້ອງຂອງຂໍ້ມູນກ່ອນລາຍງານໃຫ້ຜູ້ບໍລິຫານ
  • ສ້າງບັນຊີລາຍງານພາສີ – ອາກອນ ຫຼື ພາກລັດທີ່ກ່ຽວຂ້ອງ
  • ປະສານສົມທົບກັບຝ່າຍທີ່ກ່ຽວຂ້ອງຄິດໄລ່ງົບປະມານປະຈຳເດືອນ, ໄຕມາດ ແລະ ປະຈຳປີທີ່ມີຄວາມຕ້ອງການດ້ານງົບປະມານໃນກິດຈະກຳຂອງຝ່າຍ
  • ປະສານສົມທົບກັບຝ່າຍທີ່ກ່ຽວຂ້ອງກວດສອບບັນຊີ ແລະ ກວດສອບຊັບສິນຂອງບໍລິສັດຕາມແຜນການກວດນັບຂອງຝ່າຍ.

ເງື່ອນໄຂ ແລະ ຄຸນສົມບັດ

  • ຈົບການສຶກສາລະດັບ ປະລິນຍາຕີ, ສາຂາວິຊາ: ບັນຊີ
  • ສາມາດນຳໃຊ້ໂປຮແກມບັນຊີ ແລະ Microsoft office ໄດ້ເປັນຢ່າງດີ
  • ມີຄວາມຮູ້ທາງດ້ານພາສາອັງກິດໃນລະດັບດີ
  • ມີປະສົບການທີ່ກ່ຽວຂ້ອງ 3 – 5 ປີ
  • ມີຄວາມຮູ້ ແລະ ຊ່ຽວຊານທາງດ້ານບັນຊີເປັນຢ່າງດີ
  • ມີມະນຸດສຳພັນດີ, ຮັກ, ມັກໃນວຽກງານ
  • ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າວຽກ.

ເອກະສານປະກອບທີ່ຕ້ອງສົ່ງ

  • ປະຫວັດຫຍໍ້ (CV)
  • ໃບສະໝັກວຽກ
  • ສຳເນົາໃບປະກາດ
  • ສຳເນົາໃບຄະແນນ
  • ສຳເນົາບັດປະຈຳຕົວ
  • ສົ່ງເຂົ້າອີເມວ: Careers@thanalengdryport.com

ຕິດຕໍ່ສອບຖາມເພີ່ມເຕີມ

  • Whatsapp: +85620 57963322
  • E-mail: Careers@thanalengdryport.com
  • ສະຖານທີ່ເຮັດວຽກ: ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ບ້ານດົງໂພສີ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ