Logtra
thumb
  • ເດືອນກໍລະກົດ 9, 2024
  • 0 Comments

ລົດໄຟຂົນສົ່ງສິນຄ້າຖ້ຽວທໍາອິດ ຈາກມາເລເຊຍ ມາຮອດດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ

ໃນວັນທີ 5 ກໍລະກົດ 2024 ທີ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ໄດ້ມີພິທີຕ້ອນຮັບ ຂະບວນລົດໄຟຂົນສົ່ງສິນຄ້າຖ້ຽວປະຖົມມະເລີກ ຈາກປະເທດມາເລເຊຍ ມາຮອດດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ແອດີ ອີວານ ບິນ ມາມູດ ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ສປປ ລາວ, ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ, ທ່ານ Tee Chee Seng ຮອງປະທານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ທ່ານ ຢອງປີແອມີເຊວ ກຣີເຊວຊິກ ຜູ້ຈັດການທົ່ວໄປ ບໍລິສັດ ດີພີ ເວີດ ສະຫວັນ ໂລຈີສຕິກ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ

ຈຸດປະສົງຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເປັນການເຊື່ອມຈອດ ພາກພື້ນ ແລະ ສາກົນ ເປັນຕົ້ນທາງ ແລະ ປາຍທາງຂອງການຂົນສົ່ງ ຂອງປະເທດ ປະຕິບັດໄດ້ແຜນຍຸດທະສາດຂອງລັດຖະບານໂດຍສະເພາະປີນີ້ ປະເທດລາວເຮົາເປັນປະທານອາຊຽນ ມີຄໍາຂວັນວ່າ: ສ້າງຄວາມເຂັ້ມແຂງ ແລະ ຄວາມເຊື່ອມໂຍງ ເຊື່ອມຈອດໃຫ້ປະກົດຜົນເປັນຈິງ ເຊິ່ງການຕ້ອນຮັບຂະບວນລົດໄຟ ມາເລເຊຍ ແມ່ນຜົນສໍາເລັດ ແລະ ເປັນຂີດໝາຍທີ່ດີ ເຊິ່ງໃນຕໍ່ໜ້າຫວັງວ່າ ໂຄງການຈະສາມາດເຊື່ອມຈອດໄປຍັງ ບັນດາຈຸດໝາຍຕ່າງໆ ທີ່ພວກເຮົາກໍານົດ.