Logtra
thumb
  • 5 月 29, 2024
  • 0 Comments

ກຳມະບານເຂດໂລຊິດສະຕິກ ຈັດກິດຈະກຳບໍລິຈາກເລືອດ

ວັນທີ 28 ພຶດສະພາ 2024

ກິດຈະກໍາບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມຂອງສະມາ ຊິກກໍາມະບານຮາກຖານເຂດໂລຊິດສະຕິກນະຄອນຫຼວງ ວຽງຈັນ ເພື່ອສະເຫຼີມສະຫຼອງວັນກຳມະກອນສາຄົນ ວັນ ທີ 1 ພຶດສະພາ 2024 ຄົບຮອບ 138 ປີ ຈັດຂຶ້ນວັນທີ 23 ພຶດສະພາ 2024 ທີ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ທ່ານ ພັນໂທ ອຸດສາ ລາສະທອນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ທ່ານ ສາຄອນ ພິລາງາມ ຜູ້ອຳ ນວຍການໃຫຍ່ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ບັນດາຜູ້ບໍລິຫານບໍລິສັດ ສະມາຊິກກຳມະບານ ແລະ ຜູ້ສະໝັກໃຈບໍລິຈາກເລືອດເຂົ້າຮ່ວມ.

ໃນພິທີທ່ານ ໄກທອງ ສີນວນ ປະທານກໍາມະບານຮາກຖານເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ຄະນະກໍາມະບານຮາກຖານເຂດໂລຊິດສະຕິກນະຄອນ ຫຼວງວຽງຈັນໄດ້ຮັບການສ້າງຕັ້ງຂຶ້ນວັນທີ 14 ກໍລະກົດ 2023 ປັດຈຸບັນມີສະມາຊິກ 38 ທ່ານ ຍິງ 14 ທ່ານ ແບ່ງ ອອກເປັນ 4 ຈຸ ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຄະນະກຳມະ ບານຮາກຖານໄດ້ມີການເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະການເຄື່ອນໄຫວໂຄສະນາປະຊາສຳພັນກ່ຽວກັບພາລະບົດບາດ ສິດ ແລະ ໜ້າທີ່ຂອງສະມາຊິກກຳມະບານລາວ ແລະ ເຂົ້າຮ່ວມຂະບວນການຕ່າງໆ ແລະ ສິ່ງທີ່ພົ້ນເດັ່ນທີ່ສຸດແມ່ນການ ສ້າງກິດຈະກຳບໍລິຈາກເລືອດຊ່ວຍເຫຼືອເພື່ອນມະນຸດດ້ວຍກັນເພື່ອຕ້ອນຮັບວັນທີ 2 ທັນວາ ຄົບຮອບ 48 ປີ ວັນເປີດນໍາໃຊ້ດ່ານສາກົນສິນຄ້າທ່າບົກທ່ານາແລ້ງວັນທີ 4 ທັນວາ ຄົບຮອບ 2 ປີ ເຊິ່ງສາມາດບໍລິຈາກເລືອດໄດ້ທັງ ໝົດ 108 ຖົງ ໂດຍເຫັນໄດ້ຄວາມໝາຍຄວາມສຳຄັນຂອງເລືອດໃນການຊ່ວຍເຫຼືອຊີວິດຂອງເພື່ອນມະນຸດດ້ວຍກັນ ແລະ ໂດຍໄດ້ຮັບການຊີ້ນໍາ-ນໍາພາຢ່າງໃກ້ສິດ ແລະ ການສະໜັບສະໜູນຢ່າງເຕັມທີຈາກຜູ້ບໍລິຫານຂອງບໍລິສັດສະ ນັ້ນຄະນະກຳມະບານຮາກຖານເຂດໂລຊິດສະຕິກນະ ຄອນຫຼວງວຽງຈັນຈຶ່ງເຫັນດີເປັນເອກະພາບຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມຄັ້ງນີ້ຂຶ້ນເຊິ່ງເປັນຄັ້ງທີ 2.

ສຳລັບກິດຈະກຳບໍລິຈາກເລືອດຄັ້ງທຳອິດຈັດຂຶ້ນວັນທີ 29 ພະຈິກ 2023 ມີຜູ້ບໍລິຈາກເລືອດທັງໝົດ 108 ທ່ານ ແລະ ຄັ້ງທີ 2 ນີ້ ມີຜູ້ສະໜັກບໍລິຈາກເລືອດເບື້ອງຕົ້ນ 158 ທ່ານ ໃນນັ້ນຈາກທະນາຄານພົງສະຫວັນ 17 ທ່ານ ບໍລິສັດ ສິດທິໂລຈິສຕິກ ຈໍາກັດ 11 ທ່ານ ບໍລິສັດ ພິທີແອລໂຮນດິ້ງ 1 ທ່ານ ບໍລິສັດ ອີທີແອລ ຈຳກັດ 1 ທ່ານ ຂະແໜງການພາກລັດປະຈຳດ່ານສາກົນສິນຄ້າທ່າບົກທ່ານາແລ້ງ 5 ທ່ານ ຈາກພາກສ່ວນຊິບປິງ 7 ທ່ານ ສູນອາຫານເອັສເອັສໄອ 3 ທ່ານ ຮ້ານກາເຟແຈລາມ່ອງ 1 ທ່ານ ສ່ວນທີ່ເຫຼືອແມ່ນບັນດາສະມາຊິກກຳມະບານ ແລະ ພະນັກງານກຳມະ ກອນພາຍໃນເຂດໂລຊິດສະຕິກນະຄອນຫຼວງວຽງຈັນ.